ກ່ຽວກັບການອົບຮົມຊູເມ້

ຊູ​ເມ້ນໍາໃຊ້ເວທີການຝຶກອົບຮົມອອນໄລນ໌ເພື່ອໃຫ້ຜູ້ເຂົ້າຮ່ວມໃນການສ້າງສາວົກຂັ້ນພື້ນຖານແລະຫຼັກສູດການ​ເພີ່ມ​ທະ​ວີ​ຈຳ​ນວນຂອງຄຣິສຕະຈັກລຽບງ່າຍ, ​ຂັ້​ນ​ຕອນ​ການ​ເຮັດ​ວຽກແລະການລົງ​ມືປະຕິບັດ.

​ເປົ້າ​ໝາຍ​ຕ່າງໆ​ຂອງ​ໂຄງ​ການ​ຊູ​ເມ້​:

ຊູເມ້ໃນພາສາກຣີກແປວ່າ “ຢີດ” ໃນ​ມັດ​ທາຍ13:33 ໄດ້​ກ່າວເຖິງ​ຄຳ​​ອຸ​ປະ​ມາຂອງ​ພ​ຣະ​ເຢ​ຊູ​ໄວ້​ວ່າ“ລາ​ຊະ​ອາ​ນາ​ຈັກ​ສະຫວັນ​ປຽບ​ເໝືອນ​ເຊື້ອ​ແປ້ງ ທີ່​ຜູ້​ຍິງ​ຄົນ​ໜຶ່ງ​ເອົາ​ປົນ​ໃສ່​ໃນ​ແປ້ງ​ສາມ​ຜອງ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງ​ໝົດ.” ພາບນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄົນ​ທຳ​ມະ​ດາ​ທີ່​ໃຊ້​ສິ່ງ​ຂອງ​ທຳ​ມະ​ດາ​ແຕ່​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຍິ່ງ​ໃຫຍ່​ຕໍ່​ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ​ໄດ້ ຊູ​ເມ້​ໄດ້​ຕັ້ງ​ເປົ້າ​ໝາຍ​ໄປ​ທີ່​ຊ່ວຍ​ໃຫ້​ຜູ້​ເຊື່ອ​ທຳ​ມະ​ດາ​ຄົນ​ໜຶ່ງ​ມີ​ຄວາມ​ພ້ອມ​ແລະ​ມີ​ພະ​ລັງ​ທີ່​ຈະ​ອອກ​ໄປ​ທຸກໆ​ຊຸມ​ຊົນ​ເພື່ອ​ເພີ່ມ​ທະ​ວີ​ຈຳ​ນວນ​ສາ​ວົກໃນ​ຍຸກສະ​ໄໝ​ຂອງ​ພວກ​ເ​ຮົາ.

ຊູ​ເມ້ນໍາໃຊ້ເວທີການຝຶກອົບຮົມອອນໄລນ໌ເພື່ອໃຫ້ຜູ້ເຂົ້າຮ່ວມໃນການສ້າງສາວົກຂັ້ນພື້ນຖານແລະຫຼັກສູດການ​ເພີ່ມ​ທະ​ວີ​ຈຳ​ນວນຂອງຄຣິສຕະຈັກລຽບງ່າຍ, ​ຂັ້​ນ​ຕອນ​ການ​ເຮັດ​ວຽກແລະການລົງ​ມືປະຕິບັດ.

Zúme consists of 10 sessions, 2 hours each

ການ​ອົບ​ຮົມ​ຊູ​ເມ້​ປະ​ກອບ​ດ້ວຍ​ບົດ​ຮຽນ​ພື້ນ​ຖານ 9 ບົດ, ບົດ​ລ​ະ 2 ຊົ່ວ​ໂມງ:

  • ວິ​ດີ​ໂອ​ພາບ​ແລະ​ສຽງ​ຈະ​ຊ່ວຍ​ໃຫ້​ກຸ່ມ​ຂອງ​ທ່ານ​ເຂົ້າ​ໃຈຫຼັກ​ການ​ພື້ນ​ຖານ​ຂອງ​ການ​ເພີ່ມ​ທະ​ວີ​ຈຳ​ນວນ​ສາ​ວົກ.
  • ການ​ໂອ້​ລົມ​ໃນ​ກຸ່ມ​ຈະ​ຊ່ວຍ​ໃຫ້​ກຸ່ມ​ຂອງ​ທ່ານ​ໃຫ້​ຄິດ​ຕຶກ​ຕອງ​ໃນ​ສິ່ງ​ທີ່​ກຳ​ລັງ​ເວົ້າ​ເຖິງນັ້ນ.
  • ການ​ຝຶກ​ຫັດງ່າຍໆ​ຈະ​ຊ່ວຍ​ໃຫ້​ກຸ່ມ​ຂອງ​ທ່ານ​ນຳ​ເອົາ​ສິ່ງ​ທີ່​​ໄດ້ຮຽນ​ຮູ້​ໄປ​ປະ​ຕິ​ບັດ.
  • ການ​ທ້າ​ທາຍ​ຕ່າງໆ​ໃນ​ບົດ​ຮຽນ​ຈະ​ຊ່ວຍ​ໃຫ້​ກຸ່ມ​ຂອງ​ທ່ານຮັກ​ສາ​ການ​ຮຽນ​ຮູ້​ຢ່າງ​ຕໍ່​ເນື່ອງ​ແລະ​​ການເຕີບ​ໃຫຍ່​ຂຶ້ນ​ໃນ​ລະ​ຫວ່າງ​ການ​ຮຽນ.

ທ່ານ​ຈະ​ເລີ່ມ​ເຮັດ​ຊູ​ເມ້​ໄດ້​ແນວ​ໃດ:

  • ຖ້າ​ຫາກ​ທ່ານຍັງບໍ່​ໄດ້​ສະ​​ໝັກ​ເພື່ອ​ເຂົ້າ​ສູ່​ລະ​ບົບ, ກະ​ລຸ​ນາ​ເຮັດ​ສິ່ງນີ້​ກ່ອນ.
  • ເຊີນ​ຊວນ​ໝູ່​ເພື່ອນ 3-11 ຄົນ,ກຸ່ມ​ໜຶ່ງ​ຕ້ອງ​ມີ​ຈຳ​ນວນ​ຢ່າງ​ໜ້ອຍ​ທີ່​ສຸດ 3-4 ຄົນ ເພື່ອ​ເຮັດ​ການ​ຝຶກ​ຝົນ​ແລະ​ເປັນ​ອົງ​ປະ​ກອບ​ຂອງ​ການ​ຝຶກ​ອົບ​ຮົມ.
  • ກຳ​ນົດ​ເວ​ລາ​ທີ່​ທຸກ​ຄົນ​ຈະ​ມາ​ພົບ​ກັນ.
  • ເຮັດ​ໃຫ້​ແນ່​ໃຈ​ວ່າ​ທ່ານ​ມີ​ເຄື່ອງ​ມື​ທີ່​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ໄດ້.

ການ​ຕຽມ​ຕົວ​ທີ່​ອາດ​ຈະ​ຕຽມ​ໄວ້​ສຳ​ລັບ​ການ​ພົບ​ກັນ​ຄັ້ງ​ທຳ​ອິດ:

  • ດາວ​ໂຫຼດ​ຄູ່​ມື​ຊູ​ເມ້.
  • ທ່ານ​ສາ​ມາດ​ພິມ​ປຶ້ມ​ຄູ່​ມື​ອອກ​ມາ​ເພື່ອ​ແຈກ​ໃຫ້​ສະ​ມາ​ຊິກ​ໃນ​ກຸ່ມ​ຂອງ​ທ່ານ​ໄດ້.
  • ລອງ​ຫາ​ວິ​ມີ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ເຂົ້າ​ກັບ​ໂທ​ລະ​ພາບຫຼື​ເຄື່ອງ​ໂປ​ຣ​ເຈັກ​ເຕີ້​ເພື່ອ​ໃຫ້​ທຸກ​ຄົນ​ໃນ​ກຸ່ມ​ຈະ​ສາ​ມາ​ດ​ເບິ່ງ​ເນື້ອ​ໃນ​ຈາກ​ຈໍ​ນັ້ນ​ໄດ້.

ພາສາ


English English
العربية Arabic
العربية - الأردن Arabic (Jordanian)
العربية التونسية Arabic (Tunisian)
Armenian Armenian
Sign Language American Sign Language
বাংলা Bengali (India)
भोजपुरी Bhojpuri
Bosanski Bosnian
中文(繁體,香港) Cantonese (Traditional)
中文(简体) Chinese (Simplified)
中文(繁體) Chinese (Traditional)
Hrvatski Croatian
Français French
Deutsch German
ગુજરાતી Gujarati
Hausa Hausa
हिन्दी Hindi
Bahasa Indonesia Indonesian
Italiano Italian
ಕನ್ನಡ Kannada
한국어 Korean
کوردی Kurdish
ພາສາລາວ Lao
𑒧𑒻𑒟𑒱𑒪𑒲 Maithili
മലയാളം Malayalam
मराठी Marathi
नेपाली Nepali
ଓଡ଼ିଆ Oriya
فارسی Persian/Farsi
Polski Polish
Português Portuguese
ਪੰਜਾਬੀ Punjabi
Русский Russian
Română Romanian
Slovenščina Slovenian
Soomaali Somali
Español Spanish
Kiswahili Swahili
தமிழ் Tamil
తెలుగు Telugu
ไทย Thai
Türkçe Turkish
اردو Urdu
Tiếng Việt Vietnamese
Yorùbá Yoruba