ການຝຶກອົບຮົມຊູເມ້
10 ບົດຮຽນ,ບົດຮຽນລະ 2 ຊົ່ວໂມງ,ສຳລັບໜ່ວຍ 3-12 ຄົນ.
ທ່ານຈະເຫັນວິທີທີ່ພຣະເຈົ້າໃຊ້ຄົນທຳມະດາເຮັດສິ່ງທີ່ລຽບງ່າຍເພື່ອສ້າງຜົນກະທົບທີ່ຍິ່ງໃຫຍ່.
ຄົ້ນພົບໃຈຄວາມສຳຄັນຂອງການເປັນສາວົກ,ການສ້າງສາວົກ, ແລະຄຣິສຕະຈັກແມ່ນຫຍັງ.
ການເປັນສາວົກໝາຍເຖິງພວກເຮົາໄດ້ຍິນຈາກພຣະເຈົ້າແລະພວກເຮົາເຊື່ອຟັງພຣະເຈົ້າ.
ເຄື່ອງມືສຳລັບການສຶກສາພຣະຄຳພີປະຈຳວັນທີ່ຊ່ວຍໃຫ້ທ່ານເຂົ້າໃຈ,ເຊື່ອຟັງ,ແລະແບ່ງປັນພຣະຄຳຂອງພຣະເຈົ້າ.
ເຄື່ອງມືສຳລັບສອງຫຼືສາມຄົນທີ່ເປັນເພດດຽວກັນເພື່ອພົບກັນທຸກໆອາທິດແລະໜຸນໃຈເຊິ່ງກັນແລະກັນໃນດ້ານທີ່ກຳລັງດຳເນີນໄປດ້ວຍດີແລະເປີດເຜີຍດ້ານຕ້ອງການແກ້ໄຂ.
ທ່ານຈະຄົ້ນພົບສີ່ວິທີຫຼັກທີ່ພຣະເຈົ້າສ້າງບັນດາຜູ້ເຊື່ອໃຫ້ເປັນຄືກັບພຣະເຢຊູເຈົ້າຫຼາຍຂຶ້ນທຸກໆມື້.
ມາເບິ່ງວ່າການໃຊ້ເວລາໜຶ່ງຊົ່ວໂມງໃນການອະທິຖານນັ້ນມັນງ່າຍແນວໃດ
ເຄື່ອງມືທີ່ຖືກອອກແບບມາເພື່ອຊ່ວຍໃຫ້ທ່ານເປັນຜູ້ເບິ່ງແຍງທີ່ດີໃນຄວາມສຳພັນຂອງທ່ານ.
ຮຽນຮູ້ວ່າຫຼັກການຂອງພຣະເຈົ້າແມ່ນແຕກຕ່າງຈາກຂອງໂລກແນວໃດ. ພຣະເຈົ້າລົງທືນຫຼາຍຂຶ້ນໃນຜູ້ທີ່ສັດຊື່ກັບສິ່ງທີ່ພວກເຂົາເຈົ້າໄດ້ຖືກມອບໃຫ້ແລ້ວ.
ຮຽນຮູ້ວິທີທີ່ຈະແບ່ງປັນຂ່າວປະເສີດຂອງພຣະເຈົ້າຕັ້ງແຕ່ຈຸດເລີ່ມຕົ້ນຂອງມວນມະນຸດໄປຈົນເຖິງຍຸກສຸດທ້າຍນີ້.
ພຣະເຢຊູເຈົ້າກ່າວວ່າ “ພວກເຈົ້າຈົ່ງອອກໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ພວກເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ,ພຣະບຸດແລະພຣະວິນຍານບໍຣິສຸດເຈົ້າ...”ຮຽນຮູ້ວິທີການນຳເອົາສິ່ງນີ້ໄປຝຶກຝົນ.
ຮຽນຮູ້ວິທີທີ່ຈະເລົ່າຄຳພະຍານຂອງທ່ານໃນ3ນາທີໂດຍແບ່ງປັນວ່າພຣະເຢຊູເຈົ້າໄດ້ສົ່ງຜົນກະທົບຕໍ່ຊີວິດຂອງທ່ານແນວໃດ.
ຮຽນຮູ້ແບບແຜນທີ່ງ່າຍໆຂອງການສ້າງບໍ່ພຽງແຕ່ເປັນຜູ້ເຊື່ອ ພຣະເຢຊູເຈົ້າຄົນດຽວເທົ່ານັ້ນແຕ່ຍັງລວມເຖິງຄອບຄົວຝ່າຍວິນຍານທັງໝົດທີ່ເພີ່ມທະວີຈຳນວນເປັນຫຼາຍລຸ້ນຄົນຕໍ່ໆໄປ.
ຮຽນຮູ້ວ່າສິ່ງທີ່ເປັດນ້ອຍເຮັດກ່ຽວຂ້ອງກັບການສ້າງສາວົກແນວໃດ.
ເລີ່ມຕົ້ນທີ່ຈະເບິ່ງເຫັນວ່າອານາຈັກຂອງພຣະເຈົ້າຍັງບໍ່ໄດ້ມາຕັ້ງຢູ່ບ່ອນໃດ.ປົກກະຕິແລ້ວນີ້ແມ່ນສະຖານທີ່ທີ່ພຣະເຈົ້າຕ້ອງການເຮັດວຽກຫຼາຍທີ່ສຸດ
ມັນເປັນວິທີທີ່ງ່າຍດາຍທີ່ຈະສະຫຼອງຄວາມສຳພັນອັນໃກ້ຊິດແລະຄວາມສຳພັນທີ່ຕໍ່ເນື່ອງຂອງພວກເຮົາກັບພຣະເຢຊູເຈົ້າ. ຮຽນຮູ້ວິທີງ່າຍໆໃນການສະເຫຼີມສະຫຼອງ.
ມັນເປັນວິທີງ່າຍໆທີ່ຈະເຊື່ອຟັງຄຳສັ່ງຂອງພຣະເຈົ້າທີ່ຈະອະທິຖານເພື່ອຄົນອື່ນ. ແລະມັນເປັນສິ່ງທີ່ຄືກັບວ່າ - ການອະທິຖານຕໍ່ພຣະເຈົ້າໃນຂະນະທີ່ຍ່າງອ້ອມຮອບ!
ຮຽນຮູ້ວ່າບຸກຄົນແຫ່ງສັນຕິສຸກແມ່ນໃຜແລະຈະຮູ້ໄດ້ແນວໃດວ່າທ່ານພົບລາວແລ້ວ
ຝຶກຝົນຄວາມຈື່ຈຳງ່າຍໆເພື່ອເຕືອນທ່ານກ່ຽວກັບວິທີການອະທິຖານເພື່ອຄົນອື່ນ.
ມັນເປັນສິ່ງສຳຄັນທີ່ພວກສາວົກຮູ້-ແຕ່ມັນສຳຄັນກວ່າທີ່ພວກເຂົາຈະເຮັດຕາມສິ່ງທີ່ພວກເຂົາຮູ້.
ໜ່ວຍສ້າງສາວົກແມ່ນວິທີການສຳລັບຜູ້ເຊື່ອພຣະເຢຊູເຈົ້າໃນການພົບກັນ,ອະທິຖານ,ຮຽນຮູ້,ເຕີບໃຫຍ່,ສາມັກຄີທຳກັນແລະຝຶກຝົນການເຊື່ອຟັງແລະແບ່ງປັນສິ່ງທີ່ພວກເຂົາໄດ້ຮຽນຮູ້. ດ້ວຍວິທີນີ້, ໜ່ວຍສ້າງສາວົກບໍ່ພຽງແຕ່ເປັນໜ່ວຍນ້ອຍໆເທົ່ານັ້ນ ແຕ່ຍັງເປັນຄຣິສຕະຈັກລຽບງ່າຍອີກດ້ວຍ.
ຮຽນຮູ້ເລື່ອງວົງຈອນການຮຽນຮູ້ແລະພິຈາລະນາວ່າມັນໃຊ້ກັບການສ້າງສາວົກໄດ້ແນວໃດ.
ໜ່ວຍສ້າງເປັນຜູ້ນຳແມ່ນວິທີທີ່ຜູ້ໃດຜູ້ ໜຶ່ງ ຮູ້ສຶກຖືກເອີ້ນໃຫ້ເປັນຜູ້ນຳສາມາດພັດທະນາຄວາມເປັນຜູ້ນຳຂອງເຂົາເຈົ້າໂດຍການຝຶກຝົນການຮັບໃຊ້
ມາເບິ່ງວ່າການສ້າງສາວົກບໍ່ຈຳເປັນຕ້ອງເປັນເສັ້ນຊື່ຕາມຂັ້ນຕອນແນວໃດ. ການເພີ່ມທະວີຈຳນວນສາມາດເກີດຂື້ນໃນເວລາດຽວກັນໄດ້.
ການເພີ່ມທະວີຈຳນວນສາວົກສຳຄັນແລະການເພີ່ມທະວີຈຳນວນຢ່າງໄວວາເປັນເລື່ອງສຳຄັນຍິ່ງກວ່າ.ມາເບິ່ງວ່າເປັນຫຍັງການຂັບເຄື່ອນຈຶ່ງເປັນເລື່ອງສຳຄັນ
ຮຽນຮູ້ວິທີທີ່ຈະເຊື່ອຟັງຄຳສັ່ງຂອງພຣະເຢຊູເຈົ້າໂດຍການໄປແລະການຢູ່.
ສ້າງແລະແບ່ງປັນແຜນການຂອງທ່ານສຳລັບວິທີທີ່ທ່ານຈະໃຊ້ເຄື່ອງມືຊູເມ້ໃນສາມເດືອນຕໍ່ໜ້າ.
ເຄື່ອງມືທີ່ມີປະສິດທິພາບທີ່ທ່ານສາມາດໃຊ້ເພື່ອປະເມີນຄວາມເຂັ້ມແຂງແລະຄວາມອ່ອນແອຂອງທ່ານເອງຢ່າງວ່ອງໄວເມື່ອເວົ້າເຖິງການສ້າງສາວົກທີ່ເພີ່ມທະວີຈຳນວນ
ຮຽນຮູ້ວ່າຄຣິສຕະຈັກທີ່ເພີ່ມທະວີຈຳນວນເຊື່ອມຕໍ່ກັນແລະດຳ ລົງຊີວິດຮ່ວມກັນເປັນຄອບຄົວຝ່າຍວິນຍານທີ່ຂະຫຍາຍຕົວແນວໃດ.
ນີ້ແມ່ນໜ່ວຍທີ່ປະກອບດ້ວຍຄົນທີ່ເປັນຜູ້ນຳແລະເລີ່ມຕົ້ນໜ່ວຍສ້າງສາວົກ. ນອກຈາກນັ້ນຍັງໃຊ້ຮູບແບບໜ່ວຍສ້າງສາວົກແລະເປັນວິທີທີ່ມີປະສິດທິພາບໃນການປະເມີນຄວາມເຂັ້ມແຂງທາງວິນຍານຂອງວຽກຂອງພຣະເຈົ້າໃນພື້ນທີ່ຂອງທ່ານ
ຕາຕະລາງດິນສີ່ປະເພດແມ່ນເຄື່ອງມືທີ່ງ່າຍໆທີ່ໜ່ວຍສ້າງຜູ້ນຳຈະນຳໃຊ້ເພື່ອສະທ້ອນໃຫ້ເຫັນເຖິງສະພາບຂອງຄວາມພະຍາຍາມໃນປະຈຸບັນແລະວຽກງານອານາຈັກທີ່ຢູ່ອ້ອມຮອບພວກເພິ່ນ.
ຕາຕະລາງສະແດງລຸ້ນແມ່ນເຄື່ອງມືທີ່ງ່າຍໆອີກຢ່າງໜຶ່ງ ເພື່ອຊ່ວຍຜູ້ນຳໃນຂະບວນການເຂົ້າໃຈການເຕີບໃຫຍ່ທີ່ຢູ່ອ້ອມຂ້າງພວກເພິ່ນ.